Why Nostr? What is Njump?
2023-08-01 06:16:14

laobtc on Nostr: ...

ເລື່ອງທຳອິດທີ່ຂ້ອຍໄດ້ຂຽນເປັນພາສາລາວລົງໃນ Nostr ຫວັງວ່າບິດຄອຍເນີ້ຄົນລາວເຮົາຊິເບິ່ງເຫັນເດີ.
ເງິນເຟີ້ບໍ່ແມ່ນການທີ່ລາຄາຂອງສິນຄ້າເພີ່ມຂຶ້ນສູງ ແຕ່ມັນໝາຍເຖິງການທີ່ມີປະລິມານຂອງເງິນໃນລະບົບເພີ່ມຂຶ້ນຫຼາຍກວ່າທີ່ຕ້ອງການ(ທີ່ຈິງກະຍັງຕ້ອງການຢູ່ຫັ້ນແຫຼະ) ເຊິ່ງເມື່ອປຽບທຽບກັບລາຄາສິນຄ້າ ຫຼື ສິ່ງທີ່ມີຄ່າຕ່າງໆນັ້ນມັນຕ້ອງໄດ້ໃຊ້ຈຳນວນທີ່ຫຼາຍຂຶ້ນເພື່ອມາຊື້ສິ່ງຂອງເຫຼົ່ານັ້ນ. ສະນັ້ນ ເພື່ອເປັນການສະສົມຄວາມມັ່ງຄັ່ງ, ເວລາ ແລະ ພະລັງງານທີ່ເຮົາໄດ້ອອກເຫື່ອເທແຮງໄປນັ້ນຕ້ອງເກັບໄວ້ໃນສິ່ງທີ່ສາມາດຮັກສາມູນຄ່າຂ້າມຜ່ານການເວລາ, ຂ້າມຜ່ານໄລນະທາງ, ເປັນຫົວໜ່ວຍທາງບັນຊີ ແລະ ສາມາດໃຊ້ໄດ້ທົ່ວໂລກໄດ້ຢ່າງອິດສະຫຼະດັ່ງເຊັ່ນ : ບິດຄອຍ. ສ່ວນຄຳ ແລະ ດິນນັ້ນກໍ່ຕ້ອງໄດ້ຊອກຫາໄວ້ເພາະວ່າມັນກໍ່ສາມາດຮັກສາມູນຄ່າຂ້າມຜ່ານການເວລາເພື່ອສົ່ງຕໍ່ຄວາມມັ່ງຄັ່ງດັ່ງກ່າວໃຫ້ເປັນຕົ້ນທຶນແກ່ຄົນລຸ້ນໃໝ່ຕໍ່ໄປ.

Author Public Key
npub14a69js5xdsshzd7dftuqrrjypqtfcez667ed5ezwa808xzj2uqus9zv8nc