Why Nostr? What is Njump?
2023-08-03 09:23:33

laobtc on Nostr: ການທີ່ໄດ້ອ່ານປຶ້ມ The bitcoin standard ...

ການທີ່ໄດ້ອ່ານປຶ້ມ The bitcoin standard ທີ່ໄດ້ແປຈາກອັງກິດເປັນພາສາໄທ(ຄົນລາວອ່ານພາສາໄທອອກເດີ) ເຮັດໃຫ້ເຫັນວ່າ : ສະພາບທີ່ເຫັນຢູ່ໃນທຸກມື້ນີ້ມັນປຽບໄດ້ກັບຍຸກສະໄໝທີ່ອານາຈັກໃດ໋ໜຶ່ງກຳລັງຈະລົ້ມສະຫຼາຍໄປ ຕົວຢ່າງ : ອານາຈັກໂຣມັນເປັນຕົ້ນ, ເຊິ່ງສະພາບທີ່ເກີດຂຶ້ນຈະມີການຜະລິດເງິນ(ເງິນທີ່ມີສ່ວນປະສົມຂອງຄຳໜ້ອຍລົງ)ອອກມາຢ່າງຫຼວງຫຼາຍເຮັດໃຫ້ເກີດເງິນເຝີ້ໃນສະໄໝນັ້ນ, ຊ່ວງນັ້ນເງິນຜະລິດງ່າຍແທນທີ່ວ່າຄົນຈະເອົາເຫື່ອແຮງ,ກຳລັງ, ຄວາມຮູ້ຄວາມສາມາດ ແລະ ເວລາຂອງຕົນເອງໄປເຮັດສິ່ງດີທີ່ເກີດປະໂຫຍດຕໍ່ສັງຄົມ ບໍ່ແມ່ນເລີຍພວກເຂົາໄດ້ເອົາສິ່ງດັ່ງກ່າວນັ້ນໄປຜະລິດເງິນ ຫຼື ຊອກຫາສິ່ງທີ່ເຮັດໃຫ້ເກີດຜົນຕອບແທນທີ່ດີ(ໃນນັ້ນອາດຈະເປັນການເຮັດສິ່ງທີ່ຜິດກົດໝາຍ, ບໍ່ມີປະໂຫຍດຕໍ່ສັງຄົມ ຫຼື ຜິດສິນລະທຳອັນດີ) ເພື່ອລ້ຽງດູຄົນໃນຄອບຄົວ, ເຊັ່ນດຽວກັນກັບສະໄໝນີ້ເຮົາກໍພົບແບບນັ້ນເຊັ່ນກັນ ແທນທີ່ໆວ່າພວກເຮົາຢູ່ເຂດນອກສາມາດຊອກຫາລາຍໄດ້ຕ່າງໆທີ່ສາມາດລ້ຽງດູຄອບຄົວໄດ້ ມັນບໍ່ແມ່ນເລີຍ ມັນຄືແຮງງານ ຫຼື ລູກຫຼານໃນຄອບຄົວຕ້ອງໄດ້ໄປດີ້ນລົນສູ້ຊີວິດໃນເມືອງໃຫຍ່ເພື່ອຊອກຫາລາຍໄດ້ມາຈຸນເຈືອຄອບຄົວທີ່ຢູ່ບ້ານນອກ(ເຊິ່ງກໍ່ເປັນສິ່ງທີ່ດີ) ແຕ່ຫຼາຍຄັ້ງຫຼາຍຄາວຜູ້ທີ່ຊອກຫາເງິນນັ້ນພັດໄດ້ໃຊ້ເວລາໄປສ້າງສິ່ງທີ່ບໍ່ເປັນປະໂຫຍດກໍ່ໃຫ້ເກີດໂທດ ຫຼື ຊ້ຳຮ້າຍໄປກວ່ານັ້ນພັດເກີດມີບັນຫາສຸຂະພາບ ເຊິ່ງເວລາໄປບໍລິການຢູ່ສະຖານທີ່ບໍລິການຂອງລັດນັ້ນກໍ່ໄດ້ຮັບການບໍລິການທີ່ບໍ່ຄ່ອຍດີປານໃດ(ຍ້ອນວ່າມີຄົນໄປຫຼາຍແນ່ ຄ່າບໍລິການຖືກແນ່ແບບນີ້ນະ ໝໍພັດບໍ່ພຽງພໍ). ທີ່ຂຽນອອກມານີ້ເປັນພຽງສ່ວນນ້ອຍໆໃນຄວາມຄິດຂອງຂ້ອຍເອງ ເຖິງວ່າຈະສຶກສາເລື່ອງບິດຄອໄດ້ບໍ່ທັນຫຼາຍປານໃດ ແຕ່ຂ້ອຍກະດີໃຈທີ່ໄດ້ຂຽນມັນອອກໃນ platform ທີ່ເປັນ decentralize ແບບນີ້. ມັນເປັນບ່ອນດຽວທີ່ເຮັດໃຫ້ຂ້ອຍໄດ້ຂຽນ ແລະ ໄດ້ແບ່ງປັນຄວາມຮູ້ອັນນີ້ ເພື່ອຕໍ່ໜ້າເມື່ອລູກຂ້ອຍໃຫຍ່ແລ້ວຈະໄດ້ມາເຫັນໂພສນີ້ທີ່ຂ້ອຍຂຽນ.

Author Public Key
npub14a69js5xdsshzd7dftuqrrjypqtfcez667ed5ezwa808xzj2uqus9zv8nc