Why Nostr? What is Njump?
2024-06-10 10:26:09

tony on Nostr: ...

ຕອນນີ້ຫາກໍຈັດສັນເວລາມາໄລ່ເບິ່ງ #OsloFF2024

ເວົ້າໄດ້ດີຫຼາຍ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຕໍ່ກັບສື່ສັງຄົມອອນລາຍໃນປັດຈຸບັນ. ລາວເນັ້ນໜັກເຖິງບາດກ້າວທີ່ສໍາຄັນຂອງການນໍາໃຊ້ຊອຟແວລະບົບເປີດ, ປະຊາຊົນສາມາດຫັນການຄຸ້ມຄອງຂໍ້ມູນແບບເປັນເຈົ້າຕົວເອງ, ແລະ ຍັງເວົ້າເຖິງການນໍາໃຊ້ແນວຄວາມຄິດທີ່ສ້າງສັນແບບບໍ່ມີສູນກາງໃດປິດກັ້ນ ກໍສ້າງຜົນປະໂຫຍດມາແລ້ວນັບບໍ່ຖ້ວນໃຫ້ແກ່ສັງຄົມ. ດັ່ງນັ້ນ, ບົດບາດຂອງການສົ່ງເສີມການກະຈາຍອໍານາດ ຈຶ່ງເປັນສິ່ງທີ່ພວກເຮົາຕ້ອງໃຫ້ຄວາມໃສ່ໃຈໃຫ້ຫຼາຍຂຶ້ນໃນຍຸກປັດຈຸບັນ ເພື່ອຕ້ານການຮຸກຮານທຸກຮູບແບບ ບໍ່ວ່າຈະເປັນຫົວໜ່ວຍທຸລະກິດ ແລະ ຈາກພາກລັດທີ່ມີຈຸດຜິດພາດພຽງຈຸດດຽວ ຄື ການລວມສູນ.

ຄວາມຕັ້ງໃຈຂອງ ທີ່ອຸທິດຕົນພັດທະນາ #bluesky ແຍກຈາກ #twitter ແລ້ວກໍຕັດສິນໃຈລາອອກມາ ຍ້ອນຂັດຕໍ່ສິ່ງທີ່ຫວັງຈະຕໍ່ຍອດຕັ້ງແຕ່ຕົ້ນ, ແລະ ຫັນມາຊອກລະດົມທຶນໃຫ້ການສະໜັບສະໜູນໂຄງການລິເລີ່ມກ່ຽວກັບສື່ສັງຄົມລະບົບເປີດ ເຊັ່ນ ໂປຣໂຕຄອລ #nostr ເປັນສິ່ງທີ່ສະແດງໃຫ້ເຫັນເຖິງ ອຸດົມການຂອງລາວໃນການສ້າງຜົນປະໂຫຍດຕໍ່ສັງຄົມ ຈາກ ອິນເຕີເນັດໃນປັດຈຸບັນທີ່ຖືກຄວບຄຸມໄປໝົດທຸກສິ່ງຢ່າງ ໃຫ້ກັບມາເປັນ ອິນເຕີເນັດສາທາລະນະ ທີ່ໃຜໆກໍສາມາດມີສ່ວນຮ່ວມໄດ້ເຊັ່ນດຽວກັບເມື່ອກ່ອນອີກຄັ້ງ.

ການທີ່ແຕ່ລະບຸກຄົນ ສາມາດຫຼີກໜີຈາກອັລກໍລິທຶມໃນການສະໜອງຂໍ້ມູນທີ່ມັນສາມາດຄວບຄຸມສິ່ງທີ່ເຮົາເຫັນ, ສິ່ງທີ່ເຮົາຄິດໄດ້ນັ້ນ ໂດຍຂຶ້ນກັບບໍລິສັດທີ່ຜູກຂາດບາງລາຍໃນຕະຫຼາດ ແລ້ວຫັນມາເປັນເຈົ້າຂອງຂໍ້ມູນປະຈໍາຕົວທີ່ບໍ່ຂຶ້ນກັບໃຜ ຄື ສິ່ງທີ່ມະຫັດສະຈັນ; ເພື່ອຫຼຸດພົ້ນຈາກບັນຫາດັ່ງກ່າວ, ການແກ້ໄຂບັນຫາ ການຄົ້ນຫາຂໍ້ມູນດ້ວຍລະບົບເປີດ ຈາກອິດສະຫຼະທີ່ມອບທາງເລືອກໃຫ້ແກ່ປະຊາຊົນໃນການເລືອກອັລກໍລິທຶມການສະໜອງຂໍ້ມູນໄດ້ດ້ວຍຕົວເອງ ຫຼື ແມ່ນແຕ່ປິດມັນໄດ້ເລີຍ ຄືອໍານາດທີ່ຍິ່ງໃຫຍ່ ແລະ ຈໍາເປັນໃນການບໍລິໂພກຂໍ້ມູນຂ່າວສານ. ໂດຍລວມແລ້ວ, ການສົນທະນາຂອງ ໃນຄັ້ງນີ້ ບໍ່ພຽງແຕ່ໃຫ້ຂໍ້ມູນທີ່ເປັນປະໂຫຍດ ແຕ່ຍັງໃຫ້ແຮງບັນດານໃຈ, ເຮັດໃຫ້ພວກເຮົາໄດ້ຄິດໄຕ່ຕອງຄືນໃໝ່ເຖິງຄວາມສໍາຄັນ ແລະ ເວລາທີ່ເຮົານໍາໃຊ້ໄປກັບເຕັກໂນໂລຊີໃນແຕ່ລະວັນ.

#OsloFF #freedom 🕊
#laostr 🇱🇦

https://youtu.be/MaZyXEU5XAg?si=rN53SCJgOQgm9ym1
Author Public Key
npub16z7jdw4pegne3hph27w04rm5unrjy804fn8rtmwa4rm3xdr0x6gqx56hhr