Why Nostr? What is Njump?
2023-08-07 02:24:08

laobtc on Nostr: ...

ເມື່ອເກີດໄພພິບັດເທື່ອໃດຂ້ອຍຈະຄິດຫາປະເທດຍີ່ປຸ່ນ(Japan) ເປັນປະເທດທຳອິດຢູ່ສະເໝີ, ແຕ່ ແຕ່ ຂ້ອຍບໍ່ໄດ້ຄິດໃຫ້ປະເທດຍີ່ປຸ່ນມາຊ່ວຍເຫຼືອໃດ໋, ຂ້ອຍຄິດເຫັນການທີ່ປະເທດຂອງພວກເຂົາມີງົບປະມານໃນການແກ້ໄຂບັນຫາໄພພິບັດ ເຊິ່ງເມື່ອເກີດເຫດການກ່ຽວກັບໄພພິບັດຕ່າງໆເກີດຂຶ້ນ ພວກເຂົາກໍ່ບໍ່ໄດ້ຮຽກຮ້ອງການຊ່ວຍເຫຼືອຈາກຕ່າງປະເທດພໍເທົ່າໃດ. ເຊັ່ນເຫດການໂຮງງານໄຟຟ້ານິວເຄຼຍທີ່ຟູກູຊິມະລະເບີດ(ບໍ່ແນ່ໃຈວ່າປີ 2011 ຫຼືບໍ່) ລັດຖະບານພ້ອມກັບປະຊາຊົນຂອງພວກເຂົາກໍ່ໄດ້ພ້ອມຈິດພ້ອມໃຈກັນຟື້ນຟູ ແລະ ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ. ແຕ່ເຖິງປານນັ້ນທົ່ວໂລກກໍ່ໄດ້ສົ່ງກຳລັງໃຈ ແລະ ບາງປະເທດກໍ່ໄດ້ສົ່ງຜູ້ຊ່ຽວຊານທາງດ້ານນິວເຄຼຍໄປຊ່ວຍເກັບກູ້ຊາກນິວເຄຼຍຕ່າງໆ. ທີ່ຂຽນມານີ້ບໍ່ໄດ້ຢາກເວົ້າເຖິງເລື່ອງຫຍັງດອກ ພຽງແຕ່ຢາກເວົ້າເຖິງຄວາມສຳຄັນຂອງກອງທຶນຊ່ວຍເຫຼືອໄພພິບັດຂອງຍີ່ປຸ່ນນັ້ນມັນມີຄວາມສຳຄັນຫຼາຍ ແລະ ມັນຈະເປັນການດີກວ່າບໍທີ່ຈະເກັບເປັນຄຳ ຫຼື Bitcoin ໄວ້ ແລະ ເມື່ອເວລາທີ່ເຫດການຕ່າງໆເກີດຂຶ້ນກໍ່ພ້ອມທີ່ຈະແກ້ໄຂ ແລະ ຊ່ວຍເຫຼືອໄດ້ທັນເວລາ.
Author Public Key
npub14a69js5xdsshzd7dftuqrrjypqtfcez667ed5ezwa808xzj2uqus9zv8nc