Why Nostr? What is Njump?
2023-08-23 01:49:43

laobtc on Nostr: ໃນຄວາມຄິດຂອງຂ້ອຍ ...

ໃນຄວາມຄິດຂອງຂ້ອຍ ການສ້າງສາພັດທະນາປະເທດຊາດນັ້ນຜູ້ນຳລຸ້ນຢູ່ປັດຈຸບັນນີ້ຕ້ອງສະສົມທຶນຮອນໄວ້, ເຊິ່ງທຶນຮອນທີ່ຈະສະສົມໄວ້ນັ້ນມີ 2 ຢ່າງຄື :
1.ເງິນທຶນ.
2.ຊັບພະຍາກອນມະນຸດ(ວິຊາການເກັ່ງໆທີ່ມີຄວາມຮູ້-ຄວາມສາມາດ ແລະ ມີຄຸນສົມບັດສິນທຳປະຕິວັດອັນດີ)
● ເງິນທຶນມີ 2 ຢ່າງ :
1.ທຶນໃນການທີ່ຈະສ້າງສາພັດທະນາປະເທດຊາດ.
2.ທຶນສຳຮອງເພື່ອເອົາໄວ້ແກ້ໄຂວິກິດການຕ່າງໆທີ່ຈະເກີດຂຶ້ນໃນຕໍ່ໜ້າ.
ທຶນດັ່ງກ່າວນີ້ຕ້ອງເກັບໄວ້ໃນຮູບແບບ : ບິດຄອຍ ແລະ ຄຳເພາະວ່າມັນສາມາດຮັກສາມູນຄ່າຂອງມັນຂ້າມຜ່ານການເວລາ ແລະ ສາມາດສົ່ງຕໍ່ມູນຄ່າດັ່ງກ່າວໃຫ້ແກ່ຜູ້ທີ່ຈະຊີ້ນຳປະເທດຊາດໃນຕໍ່ໜ້າໄດ້.

Author Public Key
npub14a69js5xdsshzd7dftuqrrjypqtfcez667ed5ezwa808xzj2uqus9zv8nc