Why Nostr? What is Njump?
2023-08-04 07:37:20

laobtc on Nostr: ...

ມີຕອນໜຶ່ງໄດ້ລົມກັບໝູ່ທີ່ກຳລັງໄປສຶກສາເບິ່ງງານຢູ່ໄທ(ຕອນນີ້ກະຍັງຢູ່ແຕ່ກຽມກັບແລ້ວ) ກ່ຽວກັບການກັບມາເຮັດວຽກຂອງລາວ ແລະ ໄດ້ລົມວຽກງານຢູ່ຫ້ອງການໃຫ້ໝູ່ຟັງ. ໄດ້ເລົ່າເລື່ອງອ້າຍທີ່ຄົນໜຶ່ງຟ້າວກະໂດດຂັ້ນຂຶ້ນໄປເປັນຮອງຫົວໜ້າ ແລະ ຖາມຄວາມເຫັນໝູ່ ໝູ່ກະຕອບວ່າ : ມັນເປັນໂອກາດເດກະຮີບຟ້າວຄວ້າເອົາໄວ້, ໂຕເດບໍ່ຢາກເປັນບໍຫົວໜ້ານະ ? ຂ້ອຍກະເລີຍຕອບວ່າ : " ບໍ່ " ແບບເຕັມສົບເຕັມປາກ ພ້ອມທັງໃຫ້ເຫດຜົນວ່າ : ການເປັນນາຍໃນສະພາບການແບບນີ້ແມ່ນບໍ່ມັກ, ຖ້າເຮົາຊິເປັນນາຍໄດ້ມັນຕ້ອງເວົ້າເລື່ອງຜົນງານກ່ອນ, ຖ້າມີຜົນງານ ແລະ ມີຄົນຍອມຮັບເປັນສ່ວນໃຫຍ່ແລ້ວກະຈິ່ງຊິເປັນ ອີກອັນໜຶ່ງການຂຶ້ນໄປເປັນນາຍຄົນບໍ່ແມ່ນຂຶ້ນໄປເພື່ອຫວັງເອົາງົບປະມານທີ່ເຂົາແບ່ງລົງມາແລ້ວໄປຫຼິ້ນກິນຟຸມເຟືອຍ ວຽກງານບໍ່ເດີນ ແລະ ສັງຄົມພ້ອມທັງຂັ້ນເທິງກໍ່ຈະຕຳນິ, ສະນັ້ນຄັນຊິເປັນນາຍ(ສຳລັບຂ້ອຍ) ຕ້ອງມີສິ່ງຕ່າງໆຄືວ່າກ່ອນນັ້ນຄື : ຜົນງານ, ການໄດ້ຮັບຄວາມນັບຖື ແລະ ຖານະທາງຄອບຄົວທີ່ດີໃນລະດັບທີ່ບໍ່ຈຳເປັນໄປເອົາງົບປະມານຂອງແຜ່ນດິນມາເປັນຂອງຕົນເອງ. ຂ້ອຍຄິດວ່າເມື່ອເຖິງຕອນນັ້ນ ຂ້ອຍຈະຊີ້ນຳອ້າຍນ້ອງໃຕ້ການບັງຄັບບັນຊາແບບສະບາຍໃຈ, ເພາະຂ້ອຍຖືວ່າການທີ່ອ້າຍນ້ອງໃຕ້ການບັງຄັບບັນຊາຢູ່ດີມີສຸກແລ້ວ ວຽກງານທີ່ເຮົາໄດ້ມອບໝາຍໃຫ້ເຂົາເຮັດນັ້ນກໍ່ຈະສຳເລັດຢ່າງທີ່ເຮົາຕັ້ງເປົ້າໝາຍໄວ້. ຂ້ອຍເປັນພະນັກງານລັດໂຕນ້ອຍໆຜູ້ໜຶ່ງທີ່ໄດ້ສຶກສາເລື່ອງບິດຄອຍ ແລະ ຂ້ອຍກໍ່ໄດ້ເຫັນຄວາມບິດບ້ຽວໃນລະບົບການຈັດການບໍລິຫານເຊັ່ນວ່າ : ການທີ່ເຈົ້າຢາກເປັນເຈົ້າເປັນນາຍ ເຈົ້າກໍ່ຕ້ອງໄປຫາຜູ້ທີ່ມີອຳນາດເໜືອກວ່າເຈົ້າໃນການທີ່ຈະແຕ່ງຕັ້ງໃຫ້ເຈົ້າເປັນຫົວໜ້າຄົນອື່ນ ໂດຍທີ່ເຈົ້າບໍ່ໄດ້ເບິ່ງເລີຍວ່າຜູ້ທີ່ຈະໃຫ້ເຈົ້າເປັນນັ້ນແມ່ນອ້າຍນ້ອງທີ່ຢູ່ໃຕ້ການບັງຄັບບັນຊາພີ້ເປັນຄົນເລືອກ. ແຕ່ເມື່ອເວົ້າເຖິງອ້າຍນ້ອງໃຕ້ການບັງຄັບບັນຊານັ້ນເຈົ້າກໍ່ໄດ້ໄປຊື້ສິດຊື້ສຽງນຳບໍ່ວ່າຈະເປັນການໃຫ້ໄປຝຶກອົບຮົມ, ໄປວຽກທີ່ໄດ້ເງິນ ຫຼື ອື່ນໆເຊິ່ງມີຫຼາຍແບບຫຼາຍວິທີ. ຄືວ່າຫັ້ນແຫຼະມັນລະບົບ fiat ແນ່ຊິເຮັດແນວໃດໄດ້. ແຕ່ອີກອັນໜຶ່ງທີ່ຂ້ອຍເຫັນກະຄືວ່າຜູ້ທີ່ຢາກປັນນາຍນັ້ນຈະມັກດີ້ນລົນຊອກຫາຫົນທາງບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມໃນການຂຶ້ນໄປຫາອຳນາດໂດຍບໍ່ຄຳນຶງເຖິງຜົນກະທົບທີ່ຈະຕາມມານຳຫຼັງເຊັ່ນ : ສຸຂະພາບ ແລະ ຄວາສຸກໃນຄອບຄົວຂອງຕົນເອງ. ລອງຄິດເບິ່ງແມເຈົ້າຕ້ອງເອົາເວລາ ແລະ ສຸຂະພາບໄປເສຍກັບເລື່ອງທີ່ບໍ່ຄວນຈະເສຍແບບນີ້ນະມັນຄຸ້ມແລ້ວບໍ, ສຳລັບຂ້ອຍແມ່ນບໍ່ຄຸ້ມ ເພາະມັນຈະເຮັດໃຫ້ເສຍເວລາລ້ຽງດູລູກທີ່ກຳລັງເຕີບໃຫຍ່ຂຶ້ນມາ. ເອົາລະຂຽນມາຫຼາຍໂພດກະຢ່າເທາະຊິພໍຊ່ຳນີ້ກ່ອນ ມື້ໜ້າຈິ່ງຊິມາຂຽນໃໝ່ຕື່ມ😌

Author Public Key
npub14a69js5xdsshzd7dftuqrrjypqtfcez667ed5ezwa808xzj2uqus9zv8nc